ສະຫະກອນ ຊາວສວນ ໃຈກາເຟ (Jhai Coffee Farmers Coperative) ສ້າງຕັ້ງຂຶ້ນເມື່ອປີ 1999 ປັດຈຸບັນມີ 19 ບ້ານ 450 ຄອບຄົວ ເປັນບ້ານແນວຄວາມຄິດ ແລະ ຄວາມເຊື່ອ ໃນການຮຽນຮູ້ ແລະ ການຜະລິດກາເຟໃຫ້ໄດ້ຄຸນນະພາບ ເພື່ອປັບປຸງຄຸນນະພາບຊີວິດຂອງຊຸມຊົນໃຈໃຫ້ດີຂຶ້ນ.

ຮ້ານໃຈກາເຟ (Jhaicoffee) ກໍແມ່ນພາກສ່ວນໜຶ່ງ ທີ່ສ້າງຕັ້ງຂຶ້ນມາ ເພື່ອເປັນສະຖານທີ່ຮຽນຮູ້  ແລະ ແລກປ່ຽນປາສົບການດ້ານກາເຟ ໂດຍແມ່ນມູນນິທິຊ່ວຍເຫຼືອຂອງ ຂ້າພະເຈົ້າ ທ. ທ້າວ ທອງພະຈັນ ຜູ້ຈັດການ ສະຫະກອນ ຊາວສວນ ໃຈກາເຟ ແລະ ເຈົ້າຂອງຮ້ານໃຈກາເຟ.

ຈາກອາດີດມາຮອດປັດຈຸບັນ  ພວກເຮົາເຫັນວ່າ ຫຼາຍຊີວິດຂອງສະມາຊິກໃຈ ໄດ້ມີຄວາມເຂົ້າໃຈ ແລະ ຮັກອາຊີບຂອງຕົນຫຼາຍຂຶ້ນ ໂດຍຮັບການຊຶມຊັບຜົນສະທ້ອນຂອງແຮງບັນດານ ຈາກຮ້ານໃຈກາເຟ.

ຮ້ານໃຈກາເຟ ໄດ້ເປີດໂອກາດໃຫ້ທຸກໆຄົນ ໄດ້ເຂົ້າມາຮຽນຮູ້ການຜະລິດກາເຟຫຼາຍຂັ້ນຕອນ ຊຶ່ງມີຈຸດເລີ່ມຕົ້ນແຕ່ດິນຈົນຮອດຈອກ ແລະ ສົ່ງອອກໃຫ້ລູກຄ້າທີ່ຢູ່ໃນເປົ້າໝາຍ. ຂັ້ນຕອນການຜະລິດກາເຟຂອງພວກເຮົາ ປະກອບມີ 7 ຂັ້ນຕອນ ຄື: 1) ການປູກ, 2) ການຮັກສາ, 3) ການເກັບກ່ຽວ, 4) ການແປຮູບ, 5) ການຂົ້ວເພື່ອຊີມລົດຊາດ, 6) ການຫຸ້ມຫໍ່, ແລະ 7) ການສົ່ງອອກ.